24.10.60

ວິທີການລ້ຽງກຸ້ງກ້າມແດງ (ລອບເຕີນໍ້າຈືດ) ຂອງ ຟາມ ນຸນ້າກຸ້ງກ້າມແດງ




ວິທີການລ້ຽງກຸ້ງກ້າມແດງ (ລອບເຕີນໍ້າຈືດ) ຂອງ ຟາມ ນຸນ້າກຸ້ງກ້າມແດງ


WhatsApps, Line: 020 55778588. www.facebook.com/kungnounafarm; https://nounafarm.blogspot.com

   I.     ຄວາມຮູ້ພື້ນຖານຂອງກຸ້ງກາມແດງ:

ກຸ້ງກ້າມແດງ ແມ່ນມີສາຍພັນມາຈາກປະເທດອອດສະເຕເລຍ ເປັນກຸ້ງນໍ້າຈືດ, ກິນອາຫານທີ່ມີໂປຣຕີນສູງ ມັກຢູ່ນໍ້າໄຫຼ ແລະ ບໍ່ມີແສງແດດຫຼາຍ. ເປັນສັດຫວງຖິ່ນ ແລະ ຫວງໂຕເມຍ ເມືອມີໂຕອື່ນກາຍຖິນ ຫຼື ໃກ້ໂຕເມຍ ຈະມີການຕໍ່ສູ້ກັນບາງຄຕັ້ງກໍເຮັດໄດ້ເສຍຊີວິດໃນການຕໍ່ສູ້ໄດ້, ມີຄວາມສຽງໃນ.ການລ້ຽງສາມາດຕາຍໄດ້ດ້ວຍ ຫຼາຍຢ່າງແຕ່ທີ່ສຳຄັນແມ່ນ ສານເຄມີທຸກປະເພດ.  ອາໃສ່ຢູ່ໃນນໍ້າທີ່ມີອຸນຫະພູມ 25-30 ອົງສາເຊ, ນໍ້າເລີກ 30-150 cm, ສາມາດລ້ຽງໃສ່ຫຍັງກະໄດ້ທີ່ສາມາດຂັງນໍ້າໄດ້, ອາຫານສ່ວນໃຫຍ່ເປັນອາຫານທີ່ໃຫ້ໂປຣຕີນສູງ (ປາ, ກຸ້ງ, ຫອຍ, ຂີ້ກະເດືອນ, ໄຂ່), ລ້ຽງໃນນໍ້າສະອາດ (ນໍ້າປະປາ, ນໍ້າໜອງ, ນໍ້າທຳມະຊາດ, ນໍ້າສ້າງ, ນໍ້າຝົນ), ກຸ້ງຈະລອກຄາບເພື່ອຈະເລີນເຕີບໂຕ. ກຸ້ງມີອາຍຸ ສູງສຸດ 5 ປີ ແລະ ມີຄວາມຍາວທັງໝົດ 35-40 ເຊັນ ນໍ້າໜັກປະມານ 1 ກິໂລ. ກຸ້ງຈະມີການລອກຄາບ ແລະ ເມື່ອເວລາລອກຄາບຈະມີການກິນກັນເອງ.






   II.     ເພດຂອງກຸ້ງກ້າມແດງ:




   III.     ວິວັດທະນາການຂອງກຸ້ງກ້າມແດງ: ຕັັ້ງແຕ່ລົງຍ່າງ ເຖິງ ຕາຍ


  II.   
   IV.     ວິທີລ້ຽງກຸ້ງກ້າມແດງ:

1.  ສະຖານທີ່ລ້ຽງ:














2.     ການກຽມນໍ້າ:

ນໍ້າຕ້ອງເປັນນໍ້າສະອາດ ສາມາດລ້ຽງໃນນໍ້າ ນໍ້າປະປາ, ບາດານ, ນໍ້າສ້າງ, ນໍ້າໜອງ, ນໍ້າທຳມະຊາດ. ປ່ຽນນໍ້າທຸກ 2 ອາທິດ ຫຼື ເວລານໍ້າເປື້ອນ. ນໍ້າຕ້ອງມີອຸນຫະພູມ 25-30 ອົງສາ, ຕ້ອງມີຄ່າຄວາມເຂັ້ນ PH 6 – 9, ມີຄ່າອາຄາລາຍ 80-180 ppm ຫຼື ບໍ່ໃຫ້ສູງເກີນ 200 ກຸ້ງຈະບໍ່ສາມາດລອກຄາບໄດ້, ຕ້ອງມີອົກຊີ້ 30-60 % ລະດັບນໍ້າສູງ 30-150 cm. ນໍ້າປະປາຕ້ອງໄດ້ພັກໄວ້ເພື່ອບໍ່ໃຫ້ມີຄໍລີນ ປະມານ 1-2 ວັນ ຫຼື ໃສ່ນໍ້າຢາຂ້າຄໍລີນ. ນໍ້າຕ້ອງໄດ້ໃສ່ແຫ່ທາດລວມ ແລະ ເຄວຊ້ຽມ (ລາຍລະອຽດແມ່ນຕາມຄູ່ມືຂ້າງກ່ອງ)ປະລິມານ 1 ບ່ວງແກງຕໍ່ 1 ແມັດກ້ອນ (ຄວາມເຂັ້ມຂົ້ນໄອໂອດີນ 95%) ເພື່ອໃຫ້ກຸ້ງລອກຄາບໄດ້ດີ. ອ່າງປູນທີ່ເຮັດໃໝ່ ຕ້ອງໄດ້ແຊ່ນໍ້າໄວເພື່ອໃຫ້ປູນຈາງ 7-10 ວັນ ຫຼັງຈາກນັ້ນກໍປ່ຽນນໍ້າ ຈຶ່ງສາມາດປ່ອຍກຸ້ງໄດ້. ເພື່ອຮັບປະກັນໃຫ້ກຸ້ງໃຫຍ່ໄວບໍ່ຕາຍ ຕ້ອງໄດ້ໃສ່ອົດຊີ້ (ຫຼືບໍ່ໃສ່ກະໄດ້).

3.  ອາຫານກຸ້ງກ້າມແດງ: (ຂີ້ກະເດືອນ, ແໜ, ຜັກຕົບ, ກຸ້ງ, ປາ, ໃບຫູກວາງ...)

        ອາຫານເມັດສະເພາະກຸ້ງ: ປະລິມານຕໍ່ ກຸ້ງ 100 ໂຕ

ອາຍຸ
ຂະໜາດໂຕ
ປະລິມານອາຫານ
ເວລາເກືອ
ອາຍຸ 7 – 10 ວັນ
1 ເຊັນ
¼ ບ່ວງກາເຟ
ເຊົ້າ-ແລງ
ອາຍຸ 10 – 30 ວັນ
1-2,5 ເຊັນ
½ ບ່ວງກາເຟ
ເຊົ້າ-ແລງ
ອາຍຸ 30 – 60 ວັນ
2,5-5 ເຊັນ
1 ບ່ວງກາເຟ
ເຊົ້າ-ແລງ
ອາຍຸ 60 – 100 ວັນ
5-7,5 ເຊັນ
1 ບ່ວງແກງ
ເຊົ້າ-ສວຍ-ແລງ
ອາຍຸ 100 ວັນ ຂື້ນໄປ
7,5-12 ເຊັນ
2 ບ່ວງແກງ
ເຊົ້າ-ສວຍ-ແລງ

4.  ພະຍາດກຸ້ງກ້າມແດງທີ່ພົບປະຈຳ:

        ເປັນໂລກຂີ້ໝຽງເກາະ, ຫາງຫ້ຽນ ແລະ ຫາງໂພງ: ສາເຫດເກີດມາຈາກນໍ້າເປື້ອນ, ອາຫານບໍ່  ສະອາດ, ຕິດຈາກກຳມະພັນ. ວິທີປ້ອງກັນ ເກືອອາຫານປົກກະຕິບໍ່ໃຫ້ລາຍຈົນເກີນໄປ, ປ່ຽນນໍ້າສະໜໍ້າສະເໝີ. ຖ້າເປັນຕິດໂລກແລ້ວໃຫ້ແຍກອອກ ຈົນກວ່າຈະລອກຄາບ ຫຼັງຈາກລອກ ແລ້ວເອົາຄາບຖີ້ມ ຕິດຕາມຈົນກວ່າບໍ່ມີພະຍາດແລ້ວຄ່ອຍເຂົ້າລວມໝູ່.

ໂລກຫາງໂພງ



ໂລກຫາງຫ້ຽນ


5.  ສາເຫດການຕາຍຂອງກຸ້ງກ້າມແດງ: 

        ສານເຄມີ: ສີຊະນິດຕ່າງໆ, ສີທາເລັບ, ໂລຊັ້ນ, ນໍ້າຫອມ, ຢາສີຍຸງ, ຢາໄຕ້ຍຸງ, ກວນຢາສູນ, ເບຍ, ເຫຼົ້າ, ຢາສູບ, ຈອດເຫຼັກ, ນໍ້າມັນຕ່າງໆ...
        ນໍ້າປົນເປື້ອນສານພິດ
        ນໍ້າມີຄໍລີນ
        ນໍ້າບໍ່ສະອາດ

6.  ວິທີປະສົມພັນກຸ້ງກ້າມແດງ:

        ຄັດພໍ່ແມ່ພັນທີ່ມີອາຍຸ 4ເດືອນ, ຂະໜາດ10cmຂື້ນໄປ, ກຸ້ງສາມາດໃຫ້ລູກໄດ້4-5ຄັ້ງຕໍ່ເດືອນ

  •   ກຸ້ງໂຕແມ່ຕ້ອງມີຜ້າກ່ອນຈຶ່ງສາມາດປະສົມໄດ້
  •  ກຸ້ງໂຕຜູ້ປະສົມໄດ້ທຸກມື້
  • ອັດຕາການປ່ອຍປະສົມ 1 ຜູ້ - ແມ່ 3 – 5 ໂຕ
  •  ອັດຕະກັນປະສົມທີປະສົບຜົນ 1-1
  • ກຸ້ງຈະປະສົມພັນກ່ອນ ແລ້ວຈຶ່ງໄຂ່ອອກມາ ເກັບໄວ້ໃນທ້ອງ
  • ຈັບກຸ້ງພໍ່ແມ່ພັນທີ່ຄັດໄວ້ລົງໃສ່ອ່າງສະເພາະໃຫ້ອາຫານມື້ລະຄັ້ງຫາມລົບກວນສັງເກດເຫັນກຸ້ງແມ່ມີໄຂ່ແລ້ວແຍກໂຕແມ່ອອກ
ກຸ້ງກ້າມແດງທີ່ພ້ອມຈະປະສົມພັນ


ກຸ້ງປະສົມພັນ




ກຸ້ງທີ່ມີໄຂ່




ຄັດແຍກກຸ້ງທີ່ມີໄຂ່ອອກ





ວິວັດຖະນາການໄຂ່ກຸ້ງກ້າມແດງ



ໄຂ່ກຸ້ງທີ່ແຕກເປັນໂຕກຳລັງລົງຢ່າງ



7.  ວິທິອະນຸບານກຸ້ງກ້າມແດງ:

ການອະນຸບານກຸ້ງ ແມ່ນກຸ້ງຈະລອກຄາບຢູ່ທ້ອງແມ່ 1ຄັ້ງແລ້ວເລີ່ມລົງຢ່າງ, ລູກກຸ້ງລົງຢ່າງໃຫ້ຕັກລູກກຸ້ງອອກຈາກ ອ່າງແຍກໄປລ້ຽງຕ່າງຫາກໃນບໍ່ອະນຸບານລູກກຸ້ງ, ອັດຕາສ່ວນ 1 ຕາແມັດຕໍ່ 300-500ໂຕ, ໃສ່ນໍ້າສູງ15-20cm, ໃນມື້ທີ 1-7 ກຸ້ງຈະບໍກິນອາຫານ, ໃນ 7ມື້ບໍ່ຕ້ອງເກືອ ຫຼັງຈາກນັນເກືອອາຫານເມັດຕາມອັດຕາສ່ວນທີ່ກຳນົດໄວ້ໃນຂໍ້ IV.3, ໃສ່ອົດຊີ້ ຫຼື ບໍ່ໃສ່ກະໄດ້ຂື້ນຢູ່ກັບສະພາບສະຖານທີ່ລ້ຽງ ຖ້າລ້ຽງໃນບ່ອນອາກາດບໍ່ທ່າຍເທດີກໍຄວນໃສ່ອົກຊີລຽ້ງຈົນກວ່າໄດ້ 30ວັນແລ້ວຂັດເອົາໂຕໃຫຍ່ອອກ ຫຼັງຈາກນັ້ນລ້ຽງໄປຈົນກວ່າ ຈະຮອ 5 cm ແລ້ວແຍກເພດ, ລ້ຽງຕໍ່ດ້ວຍການແຍກກຸ້ງເພດຜູ້ກັບເພດແມ່ໄວ້ອ່າງໃຜອ່າງມັນ, ໃນອັດຕາສ່ວນ 35-50 ໂຕຕໍຕາແມັດ. ເມື່ອກຸ້ງຮອດອາຍຸໄດ້ 4 ເດືອນມີຂະໜາດ ໂຕແຕ່ 10cm ຂື້ນໄປສາມາດນຳມາປະສົມພັນກັນໄດ້ ໃນອັດຕາສ່ວນກຸ້ງແມ່ 1-5ໂຕ ຕໍ່ກຸ້ງຜູ້ 1 ໂຕ.   














18.10.60

ໂປຣໂມຊັນສໍາລັບຄົນມັກລ້ຽງກຸ້ງກ້າມແດງ


ກຸ້ງກ້າແດງ ນຸນ້າຟາມ


@ພໍ່ແມ່ພັນ ຄູ່ ຂະນາດ 10-12 cm ລາຄາ 100,000₭ 
- ພໍ່ແມ່ພັນ ຊຸດ 3 ແມ່ ຜູ້ 1 ລວມ 4 ໂຕ ລາຄາ 160,000 k
- ພໍ່ແມ່ພັນ ຊຸດ 6 ແມ່ ຜູ້ 4 ລວມ 10 ໂຕ ລາຄາ 300,00 ₭
@ຂະນາດ 3-5 cm ລາຄາ 5,000₭/ໂຕ; 100 ໂຕ 400.000 ₭
@ຂະນາດ 6-8 cm ລາຄາ 7,000₭/ໂຕ; 100ໂຕ 600.000 k 
+ ພວກເຮົາສາມາດໃຫ້ຄຳປຶກສາວິທີວຽງ ໄດ້ 
#whatsapp/Line/ໂທ :02055778588










Adsence