ວິທີລ້ຽງກຸ້ງກ້າມແດງ
ແບບຟາມກຸ້ງກ້າມແດງນຸນ້າ
I. ປະຫວັດຄວາມເປັນມາ ຂອງ ຟາມກຸ້ງກ້າມແດງນຸນ້າ.
ກຸ້ງກ້າມແດງນຸນ້າຟາມໄດ້ເລີ່ມທົດລອງລ້ຽງໃນປິ
2015 ຊື້ກຸ້ງນ້ອຍຂະໜາດ 3 ເຊັນມາລ້ຽງຈຳນວນ 100 ໂຕຫຼັງຈາກລ້ຽງໄດ້ 2-3 ເດືອນກໍ່ໄດ້ຂະໜາດ 8-10
ເຊັນຍັງເຫລືອລອດ 86 ໂຕ ທາງຟາມເລີຍຂາຍເພື່ອເພີ່ມທືນ ຂາຍດ້ວຍວິທີ່ໂພສລົງເຟສບຸກໝົດພາຍໃນ
1 ມື້ທາງຟາມເຫັນວ່າເລີມໄດ້ຮັບຄວາມສົນໃຈຫຼາຍຈາກຕະຫຼາດກຸ່ມນີ້ມີຄົນສົນໃຈລ້ຽງຫຼາຍຂື້ນເຮັດໃຫ້ລາຄາກຸ້ງເລີມຫຍັບຂື້ນມາໃນຈຸດທີ່ພໍມີກຳໄລໜ້ອຍໜືງເລີຍມີການຂະຫຍາຍຟາມສັ່ງກຸ້ງມາລ້ຽງເພີມ
ແລະ ເພາະພັນຂາຍເອງ.
1. ສະຖານທີ່ຕັ້ງຟາມກຸ້ງກ້າມແດງນຸນ້າ
ສະຖານທີ່ຕັ້ງຢູ່ບ້ານໃໝ່
ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເສັ້ນທາງລົງໄປທາງເມືອງສັງທອງ ຮອດບ້ານໃໝ່ຈະມີປ້າຍ
ຮ້ານອາຫານນຸນ້າ ຢູ່ເບື້ອງຊ້າຍມື ຢູ່ໃນນັ້ນຈະເປັນທັງຮ້ານອາຫານ ແລະ
ມີຟາມກຸ້ງພ້ອມ ໄວ້ຄອຍບໍລິການລູກຄ້່າ. ໄປບໍ່ຮອດຈອດບໍ່ເຖີງສາມາດຕິດຕໍ່ຫາທາງຟາມໂດຍກົງທີ່ເບີ
020 55778588
2. ຄວາມຮູ້ພື້ນຖານຂອງກຸ້ງກ້າມແດງ
ກຸ້ງກ້າມແດງ ຫຼື
ກຸ້ງລັອບເຕີນ້ຳຈືດ ແມ່ນມີສາຍພັນທີ່ມາຈາກປະເທດອອດສະເຕເລຍມີວິທີການລ້ຽງງ່າຍ ແລະ
ຈະເລີນເຕີບໂຕໄວ ມີສີສັນທີ່ສວຍງາມ ມີຂະໜາດໃຫຍ່ ສາມາດລ້ຽງຢູ່ບ້ານ ໃນຕູ້ແກ້ວກໍ່ໄດ້
ອາໃສຢູ່ໃນນ້ຳທີ່ມີອຸນຫະພູມ 25-30 ອົງສາເຊ,ລະດັບນ້ຳ 30-150
cm ອາຫານກຸ້ງແມ່ນ ຫົວອາຫານກຸ້ງທົ່ວໄປ ກຸ້ງຈະມີອາຍຸສູງສຸດ 3-5
ປີ ແລະ ມີຄວາມຍາວ 35-40 ເຊັນ ນ້ຳໜັ້ກປະມານ 1
ກິໂລ.
3. ຕົ້ນທຶນ ແລະ ວັດຖຸອຸປະອນໃນການລຽງກຸ້ງຂອງຟາມກຸ້ງກາມແດງນຸນ້າv
ລາຍຈ່າຍ:
-
ພໍ່ພັນແມ່ພັນກຸ້ງຈຳນວນ
100 ໂຕ 600,000 ກີບ
-
ອ່າງສຳຫລັບລ້ຽງກຸ້ງມີທັງໝົດ 12 ອ່າງ
·
ອ່າງ
2X4 ສູງ 70 ເຊັນ ມີ 8
ອ່າງໆລະ1,000,000 ກີບ
·
ອ່າງ
4x4 ສູງ 70 ເຊັນ ມີ 2
ອ່າງໆລະ 1,500.000 ກີບ
·
ອ່າງ
5x5 ສູງ 70 ເຊັນ ມີ
2 ອ່າງໆລະ 2,000,0000 ກີບ
ລວມ = 15,000,000
-
ລະບົບການໜູນວຽນນ້ຳ
ມີ 5 ເຄື່ອງ, ເຄື່ອງລະ 350,000 =
1,750,000 ກີບ
-
ທໍ່ນ້ຳ
15 ເສັ້ນໆລະ 20,000 = 300,000 ກີບ
-
ຫົວອາຫານກຸ້ງເດືອນ1 5 ກິໂລໆລະ 40,000 =
200,000 ກີບ
ລວມທັງໝົດ 33,600,000 ກີບ
v ລາຍຮັບ:
ລາຍຈາກການສົ່ງກຸ້ງອອກໃນແຕ່ລະເດືອນປະມານ
8.000.0000 –
10.0000.0000 ຕໍ່ເດືອນ.
ວິທີການລ້ຽງກຸ້ງ ກ້າມແດງ
1. ການກຽມນ້ຳ
ນ້ຳຕ້ອງເປັນນ້ຳທີ່ສະອາດສາມາດລ້ຽງໃນນ້ຳປະປາ,
ບາດານ, ນ້ຳສ້າງ, ນ້ຳໜອງ. ປ່ຽນນ້ຳທຸກໆ 2 ອາທິດ ຫຼື ເວລານ້ຳເປື້ອນ ນ້ຳຕ້ອງມີອຸນຫະພູມ
20-30 ອົງສາ ຕ້ອງມີຄ່າຄວາມເຂັ້ມຂອງນ້ຳ PH 6-8 ຕ້ອງມີອົກຊີ
35-60% ລະດັບນໍ້າສູງ 30-150 Cm. ນໍ້າປະປາຕ້ອງໄດ້ພັກໄວ້ເພື່ອບໍ່ໃຫ້ມີຄໍລີນປະມານ
1-2 ວັນ ຫຼື ໃສ່ນໍ້າຂ້າຄໍລີນ. ນໍ້າຕ້ອງໃສ່ແຮ່ທາດລວມ ແລະ ເຄວຊ້ຽມ (
ລາຍລະອາດແມ່ນຕາມຄູ່ມືຂ້າງກ່ອງ ) ປະລິມານ 1 ບ່ວງແກງຕໍ່ 1 ແມັດກ້ອນ
(ຄວາມເຂັ້ມຂົ້ນໄອໂອດິນ 95% ) ເພື່ອໃຫ້ກຸ້ງລອກຄາບໄດ້ດີ.
ອ່າງປູນທີ່ເຮັດໃໝ່ຕ້ອງໄດ້ແຊນ້ຳໄວ້ໃຫ້ປູນຈາງ 7-10 ວັນ ຫຼັງຈາກນັ້ນກໍ່ປ່ຽນນໍ້າຈື່ງສາມາດປ່ອຍກຸ້ງໄດ້.
ເພື່ອຮັບປະກັນໃຫ້ກຸ້ງໃຫຍ່ໄວບໍ່ຕາຍຕ້ອງໄດ້ໃສ່ອົກຊີ (ບໍ່ໃສ່ກໍ່ໄດ້).
ອາຫານກຸ້ງກ້າມແດງ
2. ວິທີປະສົມພັນ.
ນໍາກຸ້ງໂຕຜູ້ ກັບ
ໂຕແມ່ ທີ່ອາຍຸ 4 ເດືອນຂະໜາດ10 Cm ຂື້ນໄປມາປ່ອຍຮ່ວມກັນ
ກຸ້ງກ້າມແດງຈະໃຊ້ເວລາປະສົມພັນຫຼາຍກວ່າ 10 ນາທີ
ຫຼັງຈາກນັ້ນສາມາດແຍກກຸ້ງໂຕແມ່ອອກໄປອະນຸບານໄດ້ ຫຼັງຈາກປະສົມພັນໄດ້ 5-7 ມື້ ແມ່ກຸ້ງອຸ້ມໄຂ່ ຊ່ວງເວລາກຸ້ງກ້າມແດງອຸ້ມໄຂ່ຈະກິນອາຫານໜ້ອຍລົງ ຫຼື
ບໍ່ກິນເລີຍເພື່ອປົກປ້ອງບໍ່ໃຫ້ໂຕເອງລອກຄາບ ໄຂ່ຈະພັດທະນາເປັນໂຕອ່ອນພາຍໃນ 3-4 ອາທິດ
ໃນການປະສົມພັນແຕ່ລະຄັ້ງແມ່ກຸ້ງສາມາດໃຫ້ລູກກຸ້ງໄດ້ເຖີງ 300 ໂຕຕໍ່ຄັ້ງ. 4-5 ຄັ້ງຕໍ່ເດືອນ.
-
ກຸ້ງໂຕແມ່ຕ້ອງມີຜ້າກ່ອນຈື່ງສາມາດປະສົມພັນໄດ້.
-
ອັດຕາສ່ວນການປ່ອຍປະສົມໂຕຜູ້1ໂຕ
ໂຕແມ່ 3-5 ໂຕ.
-
ຈັບກຸ້ງພໍ່ພັນແມ່ພັນທີ່ຄັດໄວ້ລົງໃສ່ອາງສະເພາະໃຫ້ອາຫານມື້ລະຄັ້ງ.
3.ວິທີເບີ່ງເພດຂອງກຸ້ງ
4. ວິທີອະນຸບານກຸ້ງ.
·
ການອະນຸບານກຸ້ງແມ່ນກຸ້ງຈະລອກຄາບຢູ່ໃນທ້ອງແມ່
1 ຄັ້ງແລ້ວຈະເລີມລົງຍ່າງໃນມື້ທີ 7-8 ກຸ້ງຈະບໍ່ກິນອາຫານ
·
ໃຫ້ຕັກລູກກຸ້ງອອກຈາກອ່າງແຍກໄປລ້ຽງອ່າງຕາງຫາກໃນອັດຕາສ່ວນ
1 ຕາແມັດ ຕໍ່ 300-500 ໂຕ
·
ໃນ
7 ບໍ່ຕ້ອງເກືອ
ຫຼັງຈາກນັ້ນເກືອອາຫານເມັດຕາມອັດຕາສ່ວນ
·
ໃສ່ອົກຊີ
·
ໃສ່ນ້ຳສູງ
20 ເຊັນລ້ຽງຈົນໄດ້ 30 ວັນແລ້ວຄັດເອົາໂຕໃຫຍ່ອອກ ລ້ຽງໄປຈົນກວ່າຈະຮອດ 5 ເຊັນ
ແລ້ວແຍກເພດອອກໃນອັດຕາສ່ວນ 35-50 ໂຕ ຕໍ່ ຕາແມັດ
5. ໄລຍະເວລາໃນການລ້ຽງ.
-
ກຸ້ງອາຍຸ
3-30ວັນ ມີຂະໜາດ 1 ເຊັນ
-
30-35ວັນ
ມີຂະໜາດ 2,5 ເຊັນ
-
60
ວັນ ມີຂະໜາດ 5 ເຊັນ
-
60-105ວັນ
ມີຂະໜາດ 7,5 ເຊັນ ( ຄັດແຍກໂຕຜູ້ໂຕແມ່ )
-
105-150ວັນ
ມີຂະໜາດ 10-12 ເຊັນ ກຽມປະສົມພັນໄດ້
6. ການໃຫ້ອາຫານກຸ້ງກ້າມແດງ.
ວິທີການໃຫ້ອາຫານເມັດສະເພາະກຸ້ງ: ປະລິມານຕໍ່ກຸ້ງ 100 ໂຕ.
ອາຍຸ
|
ຂະໜາດໂຕ
|
ປະລິມານອາຫານ
|
ເວລາເກືອ
|
7-10 ວັນ
|
1 ເຊັນ
|
1/4 ບ່ວງກາເຟ
|
ເຊົ້າ-ແລງ
|
10-30 ວັນ
|
1-2,5 ເຊັນ
|
1/2 ບ່ວງກາເຟ
|
ເຊົ້າ-ແລງ
|
30-60 ວັນ
|
2,5-5 ເຊັນ
|
1 ບ່ວງກາເຟ
|
ເຊົ້າ-ແລງ
|
60-100 ວັນ
|
5-7,5 ເຊັນ
|
1 ບ່ວງກາເຟ
|
ເຊົ້າ-ສວຍ-ແລງ
|
100 ວັນຂື້ນໄປ
|
7,5-12 ເຊັນ
|
2 ບ່ວງກາເຟ
|
ເຊົ້າ-ສວຍ-ແລງ
|
·
ສ່ວນອາຫານລູກກຸ້ງຈະໃຫ້ອາຫານຊະນິດຜົງລະອຽດໃນມື້ລະ
1 ຄັ້ງໃນຕອນແລງ ຫຼື ອາດເສີມດ້ວຍໄຂ່ແດງເພື່ຶອເລັ່ງການຈະເລີນເຕີບໂຕຂອງລູກກຸ້ງ.
ອາຫານກຸ້ງກ້າມແດງກິນອາຫານໄດ້ຫຼາຍຢ່າງເຊັ່ນ: ( ຂີ້ກະເດືອນ, ແໜ,
ຜັກຕົບ, ສາລາຍ, ກຸ້ງຝອຍ, ປາ).
-
ຂີ້ກະເດືອນ
ເໝາະສຳຫລັບແມ່ກຸ້ງໄຂ່ຈະຊ່ວຍໃຫ້ແມ່ກຸ້ງສົມບູນແຂງແຮງ.
-
ແໜ,
ຜັກຕົບ, ສາລາຍ ລ້າງໃຫ້ສະອາດຈະຊ່ວຍບຳບັດນ້ຳບໍ່ໃຫ້ເສຍສາມາດເປັນໄດ້ທັງ.ອາຫານ ແລະ ເປັນທັງທີ່ລົບໄພໃຫ້ກຸ້ງອີກດວ້ຍ.
-
ກຸ້ງຝອຍ,ປາ
ແນະນຳໃຫ້ຕົ້ມກ່ອນແລ້ວນຳໄປບົດ.
7. ສາເຫດການຕາຍຂອງກຸ້ງ.
·
ນ້ຳບໍ່ສະອາດ
ນ້ຳປົນເປື້ອນສານພິດ ນ້ຳມີຄໍລີນ ສານເຄມີທຸກຊະນິດຕ່າງໆ
ເຊັ່ນ: ສີທາເລັບ, ໂລຊັນ, ນ້ຳຫອມ, ຢາໃຕ້ຍຸງ, ຄວນຢາສູບ, ນ້ຳມັນ,
ເບຍ, ເຫຼົ້າ ແລະ ອື່ນໆ.
·
ພະຍາດຂອງກຸ້ງກ້າມແດງທີ່ພົບເຫັນປະຈຳເປັນໂລກຂີ້ໝຽງເກາະ,
ຫາງ
ຫຽນ ແລະ ຫາງໂພງ ສາເຫດເກີດຈາກນ້ຳເປື້ອນ, ອາຫານບໍ່ສະອາດ,
ຕິດກຳມະພັນ.
v ຮູບກຸ້ງທີ່ຕິດພະຍາດ.
· ວິທີປ້ອງກັນ: ໃຫ້ອາຫານປົກກະຕິບໍ່ໃຫ້ຫຼາຍຈົນເກີນໄປ, ປ່ຽນນໍ້າສະໜໍ່າສະເໝີ.ຖ້າເຫັນຜິດປົກກະຕິໃຫ້ແຍກອອກຈົນກ່ວາຈະລອກຄາບແລ້ວໃຫ້ນຳເອົາຄາບອອກຖີ້ມ ແລະ ຕິດຕາມຈົນກ່ວາບໍ່ມີພະຍາດແລ້ວຈື່ງປ່ອຍເຂົ້າລວມໝູ່
ຊ່ອງທາງການຈັດຈຳໜ່າຍ ແລະ ການຈັດສົ່ງກຸ້ງກ້າມແດງ.
ລູກຄ້າສ່ວນຫລາຍເປັນລູກຄ້າທີ່ຢູ່ຕ່າງແຂວງເຊັ່ນ: ຫລວງພະບາງ,
ປາກເຊ, ບໍລິຄຳໄຊ ຕະຫລາດເປົ້າໝາຍຫລັກກໍ່ແມ່ນຄົນທີ່ມັກຮັກໃນການລ້ຽງກຸ້ງ ຫຼື
ຕາມຮ້ານອາຫານ, ໂຮງແຮມ ຕ່າງໆຂົນສົ່ງທາງອາກາດ ແລະ ຂົນສົ່ງທາງບົກເປັນຕົ້ນ.
ການຂົນສົ່ງ.
·
ທາງຍົນ: ແພັກໃສ່ກ່ອງໂຟມເອົາຖົງຢາງແຊ່ນໍ້າກ້ອນໃຫ້ອຸນຫະພູມເຢັນໆສໍາຫຼັບໂຕໃຫຍ່
1 ໂຕໃສ່ຖົງຢາງຊ້ອນກັນປະມານ 2-3 ຖົງ, ໂຕນ້ອຍໃສ່ 5-10 ໂຕຕໍ່ຖົງ 1 ໃສ່ນ້ຳໜ້ອຍໜຶ່ງ ແລະ
ໃສ່ອົກຊີແລ້ວມັດໃຫ້ແໜ້ນ.
· ທາງລົດ: ຈະຈັດເຕັ້ມ ນໍາຖົງນໍ້າກ້ອນມາວາງໃສ່ທັ້ງເຈ້ຍແກັດຈຸ່ມນໍ້າ
ໜັງສືພິມຕ່າງໆເພື່ອຮັກສາຄວາມຊຸມຊື່ນຢູ່ຕະຫລອດທາງ ແພັກໃສ່ກ່ອງໂຟມ ສະກອ໋ດຕິດໃຫ້ແໜ້ນໆ
ເວລາສົ່ງບໍ່ໃຫ້ດົນເກີນໄປ.
ໃນກໍລະນີທີ່ມີກຸ້ງຮອດລູກຄ້າຕາຍລະຫວ່າງທາງຟາມເຮົາກໍ່ຈະເບີ່ງຕາມກໍລະນີທີ່ຕາຍແລ້ວ
ຈະ ປ່ຽນໃຫ້ຄືນ.
ລາຄາ.
ພໍ່ພັນແມ່ພັນ 1 ຄູ່ ຂະໜາດ 10-12 cm ລາຄາ 50,000 ກີບ.
ພໍ່ພັນແມ່ພັນ ຊຸດ 3 ໂຕແມ່ ໂຕຜູ້ 2 ໂຕ ລວມ 5 ໂຕ ລາຄາ 120,000 ກີບ.
ພໍ່ພັນແມ່ພັນຄູ່ ຊຸດ 6 ໂຕແມ່ ໂຕຜູ້ 4 ໂຕ ລວມ 10 ໂຕ ລາຄາ 220,000 ກີບ.
ຂະໜາດ 2-3
cm ລາຄາ 4,000 ຕໍ່ໂຕ 100 ໂຕ ລາຄາ 300,000
ກີບ.
ຂະໜາດ 3-5
cm ລາຄາ 5,000 ຕໍ່ໂຕ 100 ໂຕ ລາຄາ 400,000
ກີບ.
ຂະໜາດ 6-8 cm ລາຄາ 7,000 ຕໍ່ໂຕ 100 ໂຕ ລາຄາ 600,000 ກີບ.
ການໂຄສະນາ.
ການສົ່ງເສີມການຂາຍກໍ່ເປັນບົດບາດສຳຄັນທາງຟາມກຸ້ງນຸນ້າໄດ້ມີການໂຄສະນາຜ່ານຊື່0neline
ຕ່າງໆເຊັ່ນ: ທາງ ໂທລະພາບ, ໜັງສືພິມ facekbook , IG , wechat
, line ເປັນຕົ້ນ.