30.5.61

ຟາມກຸ້ງກ້າມແດງນຸນ້າ

ວິທີລ້ຽງກຸ້ງກ້າມແດງ 

ແບບຟາມກຸ້ງກ້າມແດງນຸນ້າ



ສາມາຕິດຕໍ່ໄດ້ 02055778588
https://www.facebook.com/kungnounafarm




   I.                  ປະຫວັດຄວາມເປັນມາ ຂອງ ຟາມກຸ້ງກ້າມແດງນຸນ້າ.


      ກຸ້ງກ້າມແດງນຸນ້າຟາມໄດ້ເລີ່ມທົດລອງລ້ຽງໃນປິ 2015 ຊື້ກຸ້ງນ້ອຍຂະໜາດ 3 ເຊັນມາລ້ຽງຈຳນວນ 100 ໂຕຫຼັງຈາກລ້ຽງໄດ້ 2-3 ເດືອນກໍ່ໄດ້ຂະໜາດ 8-10 ເຊັນຍັງເຫລືອລອດ 86 ໂຕ ທາງຟາມເລີຍຂາຍເພື່ອເພີ່ມທືນ  ຂາຍດ້ວຍວິທີ່ໂພສລົງເຟສບຸກໝົດພາຍໃນ 1 ມື້ທາງຟາມເຫັນວ່າເລີມໄດ້ຮັບຄວາມສົນໃຈຫຼາຍຈາກຕະຫຼາດກຸ່ມນີ້ມີຄົນສົນໃຈລ້ຽງຫຼາຍຂື້ນເຮັດໃຫ້ລາຄາກຸ້ງເລີມຫຍັບຂື້ນມາໃນຈຸດທີ່ພໍມີກຳໄລໜ້ອຍໜືງເລີຍມີການຂະຫຍາຍຟາມສັ່ງກຸ້ງມາລ້ຽງເພີມ ແລະ ເພາະພັນຂາຍເອງ.










1.  ສະຖານທີ່ຕັ້ງຟາມກຸ້ງກ້າມແດງນຸນ້າ
            ສະຖານທີ່ຕັ້ງຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເສັ້ນທາງລົງໄປທາງເມືອງສັງທອງ ຮອດບ້ານໃໝ່ຈະມີປ້າຍ ຮ້ານອາຫານນຸນ້າ ຢູ່ເບື້ອງຊ້າຍມື ຢູ່ໃນນັ້ນຈະເປັນທັງຮ້ານອາຫານ ແລະ ມີຟາມກຸ້ງພ້ອມ  ໄວ້ຄອຍບໍລິການລູກຄ້່າ. ໄປບໍ່ຮອດຈອດບໍ່ເຖີງສາມາດຕິດຕໍ່ຫາທາງຟາມໂດຍກົງທີ່ເບີ 020 55778588


2.  ຄວາມຮູ້ພື້ນຖານຂອງກຸ້ງກ້າມແດງ

             ກຸ້ງກ້າມແດງ ຫຼື ກຸ້ງລັອບເຕີນ້ຳຈືດ ແມ່ນມີສາຍພັນທີ່ມາຈາກປະເທດອອດສະເຕເລຍມີວິທີການລ້ຽງງ່າຍ ແລະ ຈະເລີນເຕີບໂຕໄວ ມີສີສັນທີ່ສວຍງາມ ມີຂະໜາດໃຫຍ່ ສາມາດລ້ຽງຢູ່ບ້ານ ໃນຕູ້ແກ້ວກໍ່ໄດ້ ອາໃສຢູ່ໃນນ້ຳທີ່ມີອຸນຫະພູມ 25-30 ອົງສາເຊ,ລະດັບນ້ຳ 30-150 cm ອາຫານກຸ້ງແມ່ນ ຫົວອາຫານກຸ້ງທົ່ວໄປ ກຸ້ງຈະມີອາຍຸສູງສຸດ 3-5 ປີ ແລະ ມີຄວາມຍາວ 35-40 ເຊັນ ນ້ຳໜັ້ກປະມານ 1 ກິໂລ.




3.  ຕົ້ນທຶນ ແລະ ວັດຖຸອຸປະອນໃນການລຽງກຸ້ງຂອງຟາມກຸ້ງກາມແດງນຸນ້າv ລາຍຈ່າຍ:

-    ພໍ່ພັນແມ່ພັນກຸ້ງຈຳນວນ 100  ໂຕ 600,000 ກີບ
-    ອ່າງສຳຫລັບລ້ຽງກຸ້ງມີທັງໝົດ 12 ອ່າງ
·       ອ່າງ 2X4 ສູງ 70 ເຊັນ ມີ 8 ອ່າງໆລະ1,000,000 ກີບ
·       ອ່າງ 4x4 ສູງ 70 ເຊັນ ມີ 2 ອ່າງໆລະ 1,500.000 ກີບ
·       ອ່າງ 5x5 ສູງ 70 ເຊັນ ມີ 2 ອ່າງໆລະ 2,000,0000 ກີບ
ລວມ = 15,000,000
-    ລະບົບການໜູນວຽນນ້ຳ ມີ 5 ເຄື່ອງ, ເຄື່ອງລະ 350,000 = 1,750,000 ກີບ
-    ທໍ່ນ້ຳ 15 ເສັ້ນໆລະ  20,000 = 300,000 ກີບ
-    ຫົວອາຫານກຸ້ງເດືອນ1 5 ກິໂລໆລະ 40,000 = 200,000 ກີບ
*     ລວມທັງໝົດ 33,600,000 ກີບ
v ລາຍຮັບ: ລາຍຈາກການສົ່ງກຸ້ງອອກໃນແຕ່ລະເດືອນປະມານ
8.000.0000 – 10.0000.0000 ຕໍ່ເດືອນ.




   ວິທີການລ້ຽງກຸ້ງ ກ້າມແດງ

1.  ການກຽມນ້ຳ

           ນ້ຳຕ້ອງເປັນນ້ຳທີ່ສະອາດສາມາດລ້ຽງໃນນ້ຳປະປາ, ບາດານ, ນ້ຳສ້າງ, ນ້ຳໜອງ. ປ່ຽນນ້ຳທຸກໆ 2 ອາທິດ ຫຼື ເວລານ້ຳເປື້ອນ ນ້ຳຕ້ອງມີອຸນຫະພູມ 20-30 ອົງສາ ຕ້ອງມີຄ່າຄວາມເຂັ້ມຂອງນ້ຳ PH 6-8 ຕ້ອງມີອົກຊີ 35-60% ລະດັບນໍ້າສູງ 30-150 Cm. ນໍ້າປະປາຕ້ອງໄດ້ພັກໄວ້ເພື່ອບໍ່ໃຫ້ມີຄໍລີນປະມານ 1-2 ວັນ ຫຼື ໃສ່ນໍ້າຂ້າຄໍລີນ. ນໍ້າຕ້ອງໃສ່ແຮ່ທາດລວມ ແລະ ເຄວຊ້ຽມ ( ລາຍລະອາດແມ່ນຕາມຄູ່ມືຂ້າງກ່ອງ ) ປະລິມານ 1 ບ່ວງແກງຕໍ່ 1 ແມັດກ້ອນ (ຄວາມເຂັ້ມຂົ້ນໄອໂອດິນ 95% ) ເພື່ອໃຫ້ກຸ້ງລອກຄາບໄດ້ດີ. ອ່າງປູນທີ່ເຮັດໃໝ່ຕ້ອງໄດ້ແຊນ້ຳໄວ້ໃຫ້ປູນຈາງ 7-10 ວັນ ຫຼັງຈາກນັ້ນກໍ່ປ່ຽນນໍ້າຈື່ງສາມາດປ່ອຍກຸ້ງໄດ້. ເພື່ອຮັບປະກັນໃຫ້ກຸ້ງໃຫຍ່ໄວບໍ່ຕາຍຕ້ອງໄດ້ໃສ່ອົກຊີ (ບໍ່ໃສ່ກໍ່ໄດ້).




ອາຫານກຸ້ງກ້າມແດງ





2.  ວິທີປະສົມພັນ.

            ນໍາກຸ້ງໂຕຜູ້ ກັບ ໂຕແມ່ ທີ່ອາຍຸ 4 ເດືອນຂະໜາດ10 Cm ຂື້ນໄປມາປ່ອຍຮ່ວມກັນ ກຸ້ງກ້າມແດງຈະໃຊ້ເວລາປະສົມພັນຫຼາຍກວ່າ 10 ນາທີ ຫຼັງຈາກນັ້ນສາມາດແຍກກຸ້ງໂຕແມ່ອອກໄປອະນຸບານໄດ້ ຫຼັງຈາກປະສົມພັນໄດ້ 5-7 ມື້ ແມ່ກຸ້ງອຸ້ມໄຂ່ ຊ່ວງເວລາກຸ້ງກ້າມແດງອຸ້ມໄຂ່ຈະກິນອາຫານໜ້ອຍລົງ ຫຼື ບໍ່ກິນເລີຍເພື່ອປົກປ້ອງບໍ່ໃຫ້ໂຕເອງລອກຄາບ ໄຂ່ຈະພັດທະນາເປັນໂຕອ່ອນພາຍໃນ 3-4 ອາທິດ  ໃນການປະສົມພັນແຕ່ລະຄັ້ງແມ່ກຸ້ງສາມາດໃຫ້ລູກກຸ້ງໄດ້ເຖີງ 300 ໂຕຕໍ່ຄັ້ງ. 4-5 ຄັ້ງຕໍ່ເດືອນ.
-    ກຸ້ງໂຕແມ່ຕ້ອງມີຜ້າກ່ອນຈື່ງສາມາດປະສົມພັນໄດ້.
-    ອັດຕາສ່ວນການປ່ອຍປະສົມໂຕຜູ້1ໂຕ ໂຕແມ່ 3-5 ໂຕ.
-    ຈັບກຸ້ງພໍ່ພັນແມ່ພັນທີ່ຄັດໄວ້ລົງໃສ່ອາງສະເພາະໃຫ້ອາຫານມື້ລະຄັ້ງ.














3.ວິທີເບີ່ງເພດຂອງກຸ້ງ




4.  ວິທີອະນຸບານກຸ້ງ.

·       ການອະນຸບານກຸ້ງແມ່ນກຸ້ງຈະລອກຄາບຢູ່ໃນທ້ອງແມ່ 1 ຄັ້ງແລ້ວຈະເລີມລົງຍ່າງໃນມື້ທີ 7-8 ກຸ້ງຈະບໍ່ກິນອາຫານ
·       ໃຫ້ຕັກລູກກຸ້ງອອກຈາກອ່າງແຍກໄປລ້ຽງອ່າງຕາງຫາກໃນອັດຕາສ່ວນ 1 ຕາແມັດ ຕໍ່ 300-500 ໂຕ
·       ໃນ 7 ບໍ່ຕ້ອງເກືອ ຫຼັງຈາກນັ້ນເກືອອາຫານເມັດຕາມອັດຕາສ່ວນ
·       ໃສ່ອົກຊີ
·       ໃສ່ນ້ຳສູງ 20 ເຊັນລ້ຽງຈົນໄດ້ 30 ວັນແລ້ວຄັດເອົາໂຕໃຫຍ່ອອກ ລ້ຽງໄປຈົນກວ່າຈະຮອດ 5 ເຊັນ ແລ້ວແຍກເພດອອກໃນອັດຕາສ່ວນ 35-50 ໂຕ ຕໍ່ ຕາແມັດ







5.  ໄລຍະເວລາໃນການລ້ຽງ.

-    ກຸ້ງອາຍຸ 3-30ວັນ ມີຂະໜາດ 1 ເຊັນ
-    30-35ວັນ ມີຂະໜາດ 2,5 ເຊັນ
-    60 ວັນ ມີຂະໜາດ 5 ເຊັນ
-    60-105ວັນ ມີຂະໜາດ 7,5 ເຊັນ ( ຄັດແຍກໂຕຜູ້ໂຕແມ່ )
-    105-150​ວັນ ມີຂະໜາດ 10-12 ເຊັນ ກຽມປະສົມພັນໄດ້


6.  ການໃຫ້ອາຫານກຸ້ງກ້າມແດງ.

    ວິທີການໃຫ້ອາຫານເມັດສະເພາະກຸ້ງ: ປະລິມານຕໍ່ກຸ້ງ 100 ໂຕ.

ອາຍຸ
ຂະໜາດໂຕ
ປະລິມານອາຫານ
ເວລາເກືອ
7-10 ວັນ
1 ເຊັນ
1/4 ບ່ວງກາເຟ
ເຊົ້າ-ແລງ
10-30 ວັນ
1-2,5 ເຊັນ
1/2 ບ່ວງກາເຟ
ເຊົ້າ-ແລງ
30-60 ວັນ
2,5-5 ເຊັນ
1 ບ່ວງກາເຟ
ເຊົ້າ-ແລງ
60-100 ວັນ
5-7,5 ເຊັນ
1 ບ່ວງກາເຟ
ເຊົ້າ-ສວຍ-ແລງ
100 ວັນຂື້ນໄປ
7,5-12 ເຊັນ
2 ບ່ວງກາເຟ
ເຊົ້າ-ສວຍ-ແລງ

·       ສ່ວນອາຫານລູກກຸ້ງຈະໃຫ້ອາຫານຊະນິດຜົງລະອຽດໃນມື້ລະ 1 ຄັ້ງໃນຕອນແລງ ຫຼື ອາດເສີມດ້ວຍໄຂ່ແດງເພື່ຶອເລັ່ງການຈະເລີນເຕີບໂຕຂອງລູກກຸ້ງ.
*     ອາຫານກຸ້ງກ້າມແດງກິນອາຫານໄດ້ຫຼາຍຢ່າງເຊັ່ນ: ( ຂີ້ກະເດືອນ, ແໜ, ຜັກຕົບ, ສາລາຍ, ກຸ້ງຝອຍ, ປາ).
-    ຂີ້ກະເດືອນ ເໝາະສຳຫລັບແມ່ກຸ້ງໄຂ່ຈະຊ່ວຍໃຫ້ແມ່ກຸ້ງສົມບູນແຂງແຮງ.
-    ແໜ, ຜັກຕົບ, ສາລາຍ ລ້າງໃຫ້ສະອາດຈະຊ່ວຍບຳບັດນ້ຳບໍ່ໃຫ້ເສຍສາມາດເປັນໄດ້ທັງ.ອາຫານ ແລະ ເປັນທັງທີ່ລົບໄພໃຫ້ກຸ້ງອີກດວ້ຍ.
-    ກຸ້ງຝອຍ,ປາ ແນະນຳໃຫ້ຕົ້ມກ່ອນແລ້ວນຳໄປບົດ.

   7. ສາເຫດການຕາຍຂອງກຸ້ງ.

·       ນ້ຳບໍ່ສະອາດ ນ້ຳປົນເປື້ອນສານພິດ ນ້ຳມີຄໍລີນ ສານເຄມີທຸກຊະນິດຕ່າງໆ
ເຊັ່ນ: ສີທາເລັບ, ໂລຊັນ, ນ້ຳຫອມ, ຢາໃຕ້ຍຸງ, ຄວນຢາສູບ, ນ້ຳມັນ, ເບຍ, ເຫຼົ້າ ແລະ ອື່ນໆ.
·       ພະຍາດຂອງກຸ້ງກ້າມແດງທີ່ພົບເຫັນປະຈຳເປັນໂລກຂີ້ໝຽງເກາະ, ຫາງ
ຫຽນ ແລະ ຫາງໂພງ ສາເຫດເກີດຈາກນ້ຳເປື້ອນ, ອາຫານບໍ່ສະອາດ, ຕິດກຳມະພັນ.

v ຮູບກຸ້ງທີ່ຕິດພະຍາດ.




·       ວິທີປ້ອງກັນ: ໃຫ້ອາຫານປົກກະຕິບໍ່ໃຫ້ຫຼາຍຈົນເກີນໄປ, ປ່ຽນນໍ້າສະໜໍ່າສະເໝີ.ຖ້າເຫັນຜິດປົກກະຕິໃຫ້ແຍກອອກຈົນກ່ວາຈະລອກຄາບແລ້ວໃຫ້ນຳເອົາຄາບອອກຖີ້ມ ແລະ ຕິດຕາມຈົນກ່ວາບໍ່ມີພະຍາດແລ້ວຈື່ງປ່ອຍເຂົ້າລວມໝູ່



      ຊ່ອງທາງການຈັດຈຳໜ່າຍ ແລະ ການຈັດສົ່ງກຸ້ງກ້າມແດງ.

    ລູກຄ້າສ່ວນຫລາຍເປັນລູກຄ້າທີ່ຢູ່ຕ່າງແຂວງເຊັ່ນ: ຫລວງພະບາງ, ປາກເຊ, ບໍລິຄຳໄຊ ຕະຫລາດເປົ້າໝາຍຫລັກກໍ່ແມ່ນຄົນທີ່ມັກຮັກໃນການລ້ຽງກຸ້ງ ຫຼື ຕາມຮ້ານອາຫານ, ໂຮງແຮມ ຕ່າງໆຂົນສົ່ງທາງອາກາດ ແລະ ຂົນສົ່ງທາງບົກເປັນຕົ້ນ.

  ການຂົນສົ່ງ.

·       ທາງຍົນ: ແພັກໃສ່ກ່ອງໂຟມເອົາຖົງຢາງແຊ່ນໍ້າກ້ອນໃຫ້ອຸນຫະພູມເຢັນໆສໍາຫຼັບໂຕໃຫຍ່ 1 ໂຕໃສ່ຖົງຢາງຊ້ອນກັນປະມານ 2-3 ຖົງ, ໂຕນ້ອຍໃສ່ 5-10 ໂຕຕໍ່ຖົງ 1 ໃສ່ນ້ຳໜ້ອຍໜຶ່ງ ແລະ ໃສ່ອົກຊີແລ້ວມັດໃຫ້ແໜ້ນ.
·  ທາງລົດ: ຈະຈັດເຕັ້ມ ນໍາຖົງນໍ້າກ້ອນມາວາງໃສ່ທັ້ງເຈ້ຍແກັດຈຸ່ມນໍ້າ ໜັງສືພິມຕ່າງໆເພື່ອຮັກສາຄວາມຊຸມຊື່ນຢູ່ຕະຫລອດທາງ ແພັກໃສ່ກ່ອງໂຟມ ສະກອ໋ດຕິດໃຫ້ແໜ້ນໆ ເວລາສົ່ງບໍ່ໃຫ້ດົນເກີນໄປ.

  ໃນກໍລະນີທີ່ມີກຸ້ງຮອດລູກຄ້າຕາຍລະຫວ່າງທາງຟາມເຮົາກໍ່ຈະເບີ່ງຕາມກໍລະນີທີ່ຕາຍແລ້ວ ຈະ ປ່ຽນໃຫ້ຄືນ.



 ລາຄາ.

ພໍ່ພັນແມ່ພັນ 1 ຄູ່ ຂະໜາດ 10-12 cm ລາຄາ 50,000 ກີບ.
ພໍ່ພັນແມ່ພັນ ຊຸດ 3 ໂຕແມ່ ໂຕຜູ້ 2 ໂຕ ລວມ 5 ໂຕ ລາຄາ 120,000 ກີບ.
ພໍ່ພັນແມ່ພັນຄູ່ ຊຸດ 6 ໂຕແມ່ ໂຕຜູ້ 4 ໂຕ ລວມ 10 ໂຕ ລາຄາ 220,000 ກີບ.
ຂະໜາດ 2-3 cm ລາຄາ 4,000 ຕໍ່ໂຕ 100 ໂຕ ລາຄາ 300,000 ກີບ.
ຂະໜາດ 3-5 cm ລາຄາ 5,000 ຕໍ່ໂຕ 100 ໂຕ ລາຄາ 400,000 ກີບ.
ຂະໜາດ 6-8 cm ລາຄາ 7,000 ຕໍ່ໂຕ 100 ໂຕ ລາຄາ 600,000 ກີບ.

ການໂຄສະນາ.

      ການສົ່ງເສີມການຂາຍກໍ່ເປັນບົດບາດສຳຄັນທາງຟາມກຸ້ງນຸນ້າໄດ້ມີການໂຄສະນາຜ່ານຊື່0neline ຕ່າງໆເຊັ່ນ: ທາງ ໂທລະພາບ, ໜັງສືພິມ facekbook , IG , wechat , line ເປັນຕົ້ນ.




  ຈຸດແຂງ - ຈຸດອ່ອນ ຂອງການລ້ຽງກຸ້ງກ້າມແດງ.

ຈຸດດີ: ລ້ຽງງ່າຍແຜ່ພັນໄວ ລາຄາສູງກ່ວາກຸ້ງຊະນິດອື່ນໆ

  ຈຸດອ່ອນ : ຕະຫຼາດຍັງບໍ່ເປີດກ້ວາງ ຍັງບໍ່ມີການສົ່ງເສີມການລ້ຽງກຸ້ງກ້າມແດງຈາກລັດ ແລະ ເອກກະຊົນ.


ສາມາຕິດຕໍ່ໄດ້ 02055778588
https://www.facebook.com/kungnounafarm


ไม่มีความคิดเห็น:

แสดงความคิดเห็น

Adsence